Home
saixelamphao
ອານາຈັກສຣີໂຄຕະປຸຣະເກົ່າແກ່ທີ່ສູດໃນສຸວັນນະພູມ 

Advertisement

Customize
11th-Sep-2008 08:05 pm
             
          ອານາຈັກທວາຣະວະດີນັ້ນ ເປັນອານາຈັກທີ່ເກົ່າແກ່ໃນສຸວັນນະພູມ ເຊິ່ງອີງຕາມຫຼັກຖານ ທາງປະວັດສາດທີ່ພົບໃນກ່ອນໜ້ານີ້ ນັກປະວັດສາດໄທຍ໌ ແລະນັກປະວັດສາດຕ່າງປະເທດສຶກສາ ເຣື່ອງອານາຈັກເກົ່າແກ່ໃນດິນແດນອາຊີຕເວັນອອກສ່ຽງໃຕ້ມັກຈະອ້າງອິງເຖິງຫຼັກຖານທາງປະວັດສາດທະຣາລະວະດີ ເຊິ່ງອານາຈັກນີ້ສູນກາງທາງໄທຍຼມັກອ້າງເອົາສູນກາງທີ່ນະຄອນປະຖົມເລີຍລົງໄປທາງໃຕ້ຈົນຮອດ ເມືອງນພະຄອນສີທັມມະຣາດ ເປັນສູນກາງ ແລະກຳນົດອາຍຸຂອງອານາຈັກນີ້ ຢູ່ໃນໄລຍະພຸດທະສະ ຕະວັດທີ ໑໑-໑໖ ກໍຄືກຳນົດຢູ່ໃນ ພ.ສ ໑໐໐໐ ເຖິງ ໑໕໐໐ ປາຍ.

          ແຕ່ເມື່ອມາພົບລາວເຮົາໄດ້ຄົ້ນພົບຫຼັກຖານທາງປະຫວັດສາດສຳຄັນ ໒ ຢ່າງ, ໃນສອງທີ ແລະສອງວັດທະນະທັມໃນແຂວງສະຫວັນນະເຂດດັ່ງທີ່ເຮົາຮູ້ແລ້ວນັ້ນຄື ພົບຄ້ອງບັ້ງ ອາຍຸປະມານ ໒໐໐໐ ກວ່າປິ ທີບໍ່ຄຳເມືອງເຊໂປນ ແລະຕໍ່ມາກໍພົບວັດຖຸ ເຄື່ອງເງິນ ແລະເຄື່ອງຄຳ ຫຼາຍກວ່າ ໒໐໐ ລາຍການ ສະໄໝສີໂຄຕະບອງ ທີ່ບ້ານໜອງເຮືອທອງ ທີ່ປາກເຊບັ້ງໄຟກຳ້ໃຕ້ດັ່ງ ທີ່ສະເໜີໄປແລ້ວ ປາກົກວ່າ ຄ້ອງບັ້ງຢູ່ໃນພຸດທະສະຕະວັດທີ ໔-໕ ແລະເຄື່ອງເງິນຄຳ ມີອາຍຸ ໒໔໕໓ ຕົກຢູ່ໃນ ພ.ສ ໙໘ ກໍຄືຢູ່ໃນພຸດທະສະຕະວັດທີ ໑ ເຮັດໃຫ້ນັກປະວັດສາດຕ້ອງຫວນຄຳນຶງຫຼັກຖານປະ ວັດສາດນີ້ ທີ່ກ່ຽວພັນກັບໜັງ ອຸຣັງຄະທາດນັ້ນ ບໍ່ແມ່ນໜັງສືປະຣັມປຣາອີກຕໍ່ໄປແລ້ວ.

          ໜັງສືອຸຣັງຄະນິທານກ່າວເຖິງເມືອງບູຮານໃນລ່ອງແມ່ນຳ້ຂະນະນະທີ(ແມ່ນຳ້ຂອງ)ນັ້ນມີ ສອງເມືອງຄື ເມືອງຈັນທະບູຣີ ແລະເມືອງສີໂຄຕະປຸຣະ ນອກນັ້ນແມ່ນກ່າເວຖິງເມືອງບໍຣິວານ ແລະເມື່ອທີ່ທາງອານາຈັກສີໂຄຕະປະຣະໃນສະໄໝພະຍານັນທະເສນນັ້ນ ກໍມີ ໕ ຫົວເມືອງດ້ວຍກັນ ຄື ເມືອງໜອງຫານນ້ອຍ, ໜອງຫານຫຼວງ, ເມືອງອິນທະປັຕ, ເມືອງກຸລຸນທະ ແລະເມືອງຈຸລະນີ້ພຣົມມະ ທັຕ, ເມືອງທັງ ໕ ນີ້ ເປັນເມືອງສຳຄັນ ທີ່ທາງອານາຈັກສຣີໂຄຕະປຸຣະໄດ້ເຊື້ອເຊີນໃຫ້ມາຮ໋ວມສ້າງ ອຸມຸງເພື່ອບັນຈຸອຸຣັງຄະທາດ(ທາກຫົວເອີກ) ຂອງອົງສົມເດັດພຣະສັມມສັມພຸດທະເຈົ້າ ເຊຶ່ງພຣະມະ ຫາກັດສະປະເຖຣະ ພ້ອມດ້ວຍເຫຼົ່າພຣະພິກຂຸສົງຈຳນວນ ໕໐໐ ອົງນຳມາຈາກເມືອງຣາຊະຄຶຫະນະ ຄອນ ມາປະດິດສະຖານໄວ້່ດອຍກັບປະນະຄືຣີ (ພຣະທາຕຸປະນົມ-ພນົມ) ນອກຈາກນັ້ນຍັງກ່າວເຖິງ ເມືອງອີກເມືອງໜຶ່ງທາງຕອນເໜືອ ຄືເມືອງຈັນທະປຸຣະ ໄດ້ກ່າວເຖິງການທີ່ພຣະອໍຣະຫັນເຈົ້າ ໕ ອົງນຳເອົາພຣະບຣົມມະສາຣີຣິກະທາດ ມາປະດິກສະຖານທີ່ພູເຂົາຫຼວງ(ລວງ) ບັນປາຍໆ ຍັງກ່າວ ເຖິງດອຍນັນທະກັງຣີ ອັນໝາຍເຖິງພູສີ ໃນນະຄອນຫຼວງພຣະບາງດ້ວຍ ສະແດງໃຫ້ເຫັນວ່າ ໃນໄລ ຍະຫຼັງໆ ມານັ້ນເມືອງຈັນທະບູຣີ ກັບເມືອງຊຽງທອງໄດ້ມີຄວາມສຳຄັຍຂຶ້ນໄລຍະຫຼັງໆ.

          ຫຼັກຖການທີ່ພົບກ່ອນໜ້ານີ້ ໃນດີແດນທີ່ກ່າວເຖິງ ໃນໜັງສືອຸຣັງຄະທາຕນັ້ນ ທາງເໜືອນັບຕັ້ງ ແຕ່ເມືອງຊຽງຂວາງຂຶ້ນໄປຈົນຮອດເມືອງໄລ່ເຈົາ ລາວກາຍ ເປັນສູນກາງ ແລະອານາເຂດຂອງ ເມືອງຈຸນລະນີພຣົມມະທັດ, ເມືອງໜອງຫານນ້ອຍ ໝາຍເອົາອຸດອນ ສ່ວນໜອງຫານຫຼວງໝາຍເອົາ ເມືອງສາກົນນະຄອນ ອັນມີຫຼັກຖານເກົ່າແກ່ບູຮານ ເຊັ່ນພຣະທາດເຊີງຊຸມ, ສ່ວນເມືອງອິນທະປັຕ ນັ້ນ ເຂົາໃຈວ່າທາງໃຕ້ ໝາຍເອົາເມືອງຂອມບູຮານ ໃນພຸດທະສະຕະວັດທີ ໑໐-໑໖ ກໍໄດ້ແກ່ອັງກໍ ແຕ່ຫາກວ່າໃນພຸດທະສະຕະວັດທີ ໑-໔ ນັ້ນອາດໝາຍເອົາເມືອງໃນບໍຣິເວນແມ່ນຳ້ຂອງຕອນກາງ ເຊິ່ງໃນເຂດເມືອງຈຳປາສັກດຽວນີ້ ໃນສະຕະວັດທີ ໖-໘ ນັ້ນເປັນສູນກຂອງພວກ ທີ່ນັບຖືສາສນາ ຮີນດູ ມີຊື່ວ່າ "ເຊດຖະປຸຣະ" ກຳນົດເອົາເມືອງຢູ່ປາກຫວ້ຍພະພີນຂຶ້ນມາທາງເໜືອ, ສ່ວນເມືອງກຸ ລຸນທະນັ້ນ ອາດໝາຍເອົາເມືອງ ອຸຍຸທະຍາ ຫຼືເມືອງລະໂວ້, ຫຼືເມືອງນະຄອນປະຖົມ ຫຼືເມືອງນະຄອນ ໄຊສີ ເມືອງໃດເມືອງໜຶ່ງ ເຊິ່ງເປັນເມືອງໃນເຂດອານາຈັກທະວາຣະວະດີ(ເມືອງທ່າ ຫຼືທະວານແຫ່ງຄວາມສຸກ).
         
            ວັດຖຸ ຫຼັກຖານທີ່ປາກົດໃນບໍຣິເວນທີ່ກຳນົດນີ້ ໄດ້ໝາຍເອົາຕາມໜັງສືອຸຣັງຄະນິທານໄດ້ ກ່າວ ເຖິງ ອາດລວມເຖິງເມືອງຊຽງແສນດ້ວຍ ເພາະເມືອງ ຊຽງແສນ ກໍແມ່ນປຸໃນເຂດອິດ ທິພົນຈຸນລະນີພຣົມມະທັດດ້ວຍ ຫາກເຮົາກ່າວເຖິງເມືອງຕ່າງໆ ທີ່ປະກົດໃນໜັງສືເຣື່ອງທ້າວຮຸ່ງ ທ້າວເຈືອງ ປະກອບນຳ ເຊິ່ງເປັນວັນນະກັມໃນຍຸກໃກ້ຄຽງກັນ ຕາມກຳນົດຫຼັກຖານວັດຖຸ ເປັນບູຮານຄະດີທີ່ພົບ ນັ້ນ ໄດ້ອ້າງອິງຕາມລາຍງານຂອງໄທໄດ້ກ່າວເຖິງ ໄດ້ແກ່.

          ໑. ໃນພຸດທະສະຕະວັດທີ ໑໑-໑໒ ຄືຫຼຽນເງິນເສັ້ນຜ່າສູນກາງ ໑໙ ມມ, ພົບທີ່ນະຄອນປະຖົມ ແລະອູ່ທອງ ພົບວ່າອັກສອນຈາຣືກວ່າ "ສີທຣາວະດີສວຣ" ແລະມີຮູບໝໍ້ນ້ຳກົນສໍ ຢູ່ອີກດ້ານໜຶ່ງ ເຮັດໃຫ້ນັກປະວັດສາດໄທຍ໌ຣຸ່ນກ່ອນ ເຊື່ອວ່າ "ຊົນຊາດມອນບູຮານ" ໄດ້ຕັ້ງອານາຈັກທະຣາວະດີ, ບາງແຫ່ງຮຽກວ່າ ທວາຣາວະດີ) ຂຶ້ນໃນພາກກາງຂອງດິນແດນສຸວັນນະພູມ, ແລະມີຊຸມຊົນເມືອງ ສະໄໝທະວາຣະວະດີສຳຄັນຫຼາຍແຫ່ງ, ໄດ້ແກ່ເມືອງນະຄອນໄຊສຣີ (ທາງໄທຍ໌ ວ່າ-ນະຄອນປະຖົມ ບູຮານ ສູນກາງອານາຈັກ ໃຫຍ່ໃນແມ່ນຳ້ທ່າຈີນ) ເມື່ອງອູທອງ (ໃນແຂວງສຸພັນບູຣີ ໃນລ່ອງແມ່ນຳ້ ທ່າຈີນ) ເມືອງພົງຕຶກ (ແຂວງການຈະນະບູຣີໃນເຂດແມ່ນຳ້ແມ່ກອງ) ເມືອງລົພບູຣີ (ໃນແມ່ນຳ້ລົບ ບູຣີ) ເມືອງຄູບົວ (ແຂວງຣາຊະບູຣີ ໃນລ່ອງນຳ້ແມ່ກອງ) ເມືອງອູ່ຕະເພົາ (ບ້ານອູ່ຕະເພົາ, ເມືອງ ມະໂນຣົມ ແຂວງໄຊນາທ ໃນລ່ອງແມ່ນຳ້ເຈົ້າພຣະຍາ) ເມືອງບ້ານດ້າຍ (ຕາແສງໜອງເຕົ່າ, ເມືອງ ແລະແຂວງອຸໄທທານີ ໃນແຄວຕາກແດດ) ເມືອງຂີດຂິນ (ຢູ່ໃນແຂວງສະຣະບູຣີ) ແລະບ້ານ ຄູເມືອງ (ທີ່ເມືອງອິນທະບູຣີ ແຂວງສິງບູຣີ) ນອກຈາກນັ້ນ ທາງໄທຍ໌ຍັງພົບເມືອງບູຮານອີກ ໃນ ບ້ານໜອງປຣົງ, ເມືອງເຂົາຍ້ອຍ ແຂວງເພັດບູຣີ ລວມທັງໝູ່ບ້ານໃນເຂດແຂວງບ້ານໝີ ແລະໂຄກສຳໂຣງ ແຂວງລົບບູຣີ, ເມືອງບູຮານ ທີ່ກ່າວມານີ້ແມ່ນຢູ່ໃນພາກກາງຂອງໄທຍ໌ປັດຈຸບັນ ເຊິ່ງທາງໄທຍ໌ຢັ້ງຢືນວ່າ ເປັນໝູ່ບ້ານສັງຄົມເມືອງໃນສະໄໝທວາຣະວະດີ, ເມືອງເຫຼົ່ານີ້ຫາກ ອິງຕາມໜັງສືອຸຣັງຄະທາດວ່າ "ເປັນເມືອງທີ່ຈະເຣີນຂື້ນໃນສະໄໝທະວາຣະວະດີ ໃນພຸດທະສະຕະ ວັດທີ ໑໑-໑໒ ກໍຄົງຈະເປັນບັນດາຫົວເມືອງ ໃນອຳນາດຂອງເມືອງກຸລຸນທະ ທີ່ປາກົດໃນໜັງສືອຸຣັງ ຄະນິທານ ແຫ່ງສະຕະວັດທີ ໑-໔ ກໍອາດເປັນໄປໄດ້.

          ຊຸມຊົນເມືອງສະໄໝທະວາຣະວະດີ ໃນພຸດທະສະຕະວັດທີ ໑໑-໑໒ ໃນພາກເໝືອຂອງໄທຍ໌ນັ້ນ ໄດ້ແກ່ ພົບທີ່ເມືອງຈັນແສນ (ຢູ່ຕາແສງຈັນແສນ ເມືອງຕາຄີຣີ ແຂວງນະຄອນສະຫວັນ ລ່່ອງນຳ້ລົບ ບູຣີ) ເມືອງບຶງໂຄກຊ້າງ (ຢູຕາແສງໄຜ່ຂຽວ ເມືອງສວາງອາຣົມ ແຂວງອຸທັຍທານີ ໃນແຄວຕາກ ແດດ ລ່ອງນຳ້ສະແກກຣັງ) ເມືອງສຣີເທ (ທີ່ແຂວງເພັດຊະບູນ ລ່ອງແມ່ນຳ້ສັກ) ເມືອງຫະຣິພຸນຊັຍ (ແຂວງລຳພູນ ໃນລ່ອງແມ່ນຳ້ປີງ) ແລະເມືອງບົນ (ທີ່ແຂວງພະຍຸຫະຄີຣີ ແຂວງນະຄອນສະຫວັນ ໃນ ລ່ອງນຳ້ເຈົ້າພຣະຍາ) ເມືອງເຫຼົ່ານີ້ ອາດມີສ່ວນພົວພັນກັບເມືອງທາງເໜືອຫຼາຍ ກວ່າເມືອງທາງ ໃຕ້ ໃນຍຸກດຽວກັນກັບທວາຣະວະດີ.
          ຊຸມຊົມເມືອງໃນສະໄໝທະວະຣະວະດີຕາເວັນອອກ ມີເມືອງບູຮານສະໄໝພຸດທະສະຕະວັດທີ ໑໑-໑໘ ຢູ່ທີ່ເມືອງພຣະຣົຖ(ຢູ່ຕາແສງໜ້າພຣະທາຕ, ເມືອງພະນັສນະຄົມ ແຂງຊົນບູຣີ ເຊິ່ງພົບ ເຄື່ອງຖ້ວຍເປີເຊັຍສີຟ້າ) ເມືອງຖນົນບູຮານຕິດຕໍ່ກັບເມືອງສີພຣະໂລ ເຊິ່ງເປັນເມືອງທ່ານໃນສະໄໝ ພຸດທະສະຕະວັດ ທີ ໑໕-໒໑ (ຢູ່ຕາແສງໜອງໄມ້ແດງ ເມືອງຊົນບູຣີ ລ່ອງແມ່ນຳ້ບາງປະກົງ) ເຊິ່ງ ພົບເຄື່ອງຖ້ວຍຈີນ ແລະຍີ່ນປຸນຈາກເຕົາອະຣິຕະ ແບບອະມາຣິ ອາຍຸຮາວພຸດທະສະຕະວັດທີ ໒໒ ແລະຕິດຕໍ່ເຖິງເມືອງໃນສະໄໝດຽວກັບ ເຊັ່ນເມືອງສີມະໂຫສົຖ (ທີ່ໂຄກປີບ ແຂວງປາຈີນບູຣີ) ເມືອງດົງລະຄອນ (ທີ່ນະຄອນນາຍົກ) ເມືອງທ້າວອຸທັຍ ແລະບ້ານຄູເມືອງ(ແຂວງຊະເຊິງເທຣົາ) ເມືອງເຫຼົ່ານີ້ອາດມີອິດທີພົນຂອງ ອິນທະປັຕເຂົ້າມາມີສ່ວນ ອິງຕາມໜັງສືອຸຣັງຄະນິທານ.

          ສ່ວນຢູ່ທາງພາກອີສານນັ້ນ ທາງໄທຍ໌ໄດ້ນັບເອົາຫຼັກຖານບູຮານວັດຖຸເຂົ້າເປັນສ່ວນໜຶ່ງໃນ ສະໄໝທວາຣະວດີດ້ວຍ ມີເມືອງຟ້າແດດສົງຍາງ ຫຼືເມືອງຟ້າແດດສູງຍາງ (ທີ່ເມືອງກມະລະສັບ ແຂວງກາລະສິນ) ພູພຣະບາດ (ອຸດອນທານີ) ເມືອງບູຮານ (ພົບໃນ ເມືອງສີຊຽງໃໝ່ ແຂວງໜອງ ຄາຍ) ແຂວງອຸບົນຣາຊະທານີ ແຂວງນະຄອນພນົມ ແຂວງສາກົນນະຄອນ ແລະວຽງຈັນປະ ເທດ ລາວ, ການກ່າວເຖິງ ບູຮານວັດຖຸ ໃນດິນແດນຕາເວັນອອກສ່ຽງເໜືອຂອງໄທຍ໌ນັ້ນ ທາງໄທຍ໌ບໍ່ ຄ່ອຍຈະສົນໃຈຫຼາຍປານໃດ ພຽງແຕ່ກ່າວພາດພິງເຖິງ ຢ່າງໃດກໍຕາມ ໃນຫຼັກຖານ ທີ່ພົບໃນພາກ ອີສານຝ່າຍເໜືອລວມທັງລາວນັ້ນ ເປັນຫຼັກຖານທີ່ພົບໄດ້ທັງໃນພຸດທະສະຕະວັດທີ ໑໑-໒໒ ແລ້ວ ຍັງ ພົບຫຼັກຖານກ່ອນ ພຸດທະສັກກຣາດ ຮອດພຸດທະສະຕະວັດທີ ໔ ຫຼາຍແຫ່ງ (ດ່ັງຈະກ່າວຕໍ່ໄປ).

          ສ່ວນທາງພາກໃຕ້ນັ້ນ ເອກະສານທາງໄທຍ໌ສະເໜີວ່າອານານັກທະວາຣະວະດີ ໄດ້ແຜ່ອິດທິ ພົນໄປທາງໃຕ້ຮອດເມືອງໄຊຍາ(ສຸຣາດທານີ) ເມືອງນະຄອນສີທັມມະຣາດ ແລະເມືອງຍະຣັງ(ປັຕຕະນີ) ຂອງອານາຈັກສີວິໄຊດ້ວຍ.

          ຕາມການສັນຕິຖານ ແລະການຕົກລົງພ້ອມພຽງກັນອງນັກຄົ້ນຄວ້າ ແລະຫຼັກຖານປະຫວັດ ສາດຂອງໄທຍ໌ ຮູ້ສຶກວ່າຈະມີຄວາມເປັນເອກະສັນກັນ ສົມຄວນວ່າ "ອານາຈັກທະວາຣະວະດີ ເປັນ ອານາຈັກຂອງມອນບູຮານ" ມີສູນກາງທີ່ນະຄອນປະຖົມບູຮານ(ລຸ່ມແມ່ນຳ້ທ່ານຈີນ ຫຼືນະຄອນໄຊ ສຣີ) ກັບເມືອງອູ່ທອງ ແລະລະໂວ້(ລົບບຸຣີ) ຕໍ່ມາໄດ້ຂະຫຍາຍອຳນາດເມືອງໄປຮອດຫະຣິພຸນໄຊ(ລຳ ພຸນ) ມິຫຼັກຖານເຫຼົ່າໄວ້ວ່າ ປະມານ ພ.ສ ໑໑໐໐ ພຣະນາງຈາມເທວີຂອງເຈົ້າເມືອງລະວະປຸຣະ ຫຼື ລະໂວ້(ລົພບຸຣີ) ໄດ້ອົບພະຍົບຜູ້ຄົນຂຶ້ນໄປຕັ້ງເມືອງລຳພູນ, ສ່ວນທີ່ນະຄອນປະຖົມມີການພົບພຣະປະ ຖົມເຈດີ ເຊິ່ງເຊື່ອກັນວ່າ ບັນຈຸພຣະບໍຣົມມະທາດຂອງພຣະພຸດທະເຈົ້າ ພຣະທາດອົງກ່ອນນັ້ນມີຮູບ ລັກ ສະນະຄ້າຍພຣະທາດສານຈີ ທີ່ພຣະເຈົ້າອະໂສກມະຫາຣາດສ້າງໄວ້ໃນພຸດທະສະຕະວັດທີ ໓-໔ ແລະມີການພົບພາສາປັນລະວະ, ປາລີ, ສັນສະກິດ ແລະພາສາມອນ, ທີ່ບໍຣິເວນພຣະປະຖົມເຈດີ ແລະບໍຣິເວນໃກ້ຄຽງ ພົບຈາຣືກພາສາມອນ, ອັກສອນປັນລະວະ ບັນທຶກເຣື່ອງການສ້າງພຣະພຸດທະ ຮູບ, ເສົາຫົງ, ວິຫາຣ ແລະແນວຕົ້ນໝາກພ້າວເປັນອະນາເຂດອາຮາມ ທີ່ວັດຮ້າງແຂວງນະຄອນ ປະຖົມ ອາຍຸຮາວ ພ.ສ ໑໒໐໐ (ປັດຈຸບັນຢູ່ທີ່ພິພິດທະພັນພຣະປະຖົມເຈດີ) ແລະພົບຈາຣືກມອນ ທີ່ລຳ ພູນອາຍຸ ຮາວ ພ.ສ ໑໖໒໘ (ປັດຈຸບັນຢູ່ທີ່ພິພິດທະພັນສະຖານແຫ່ງຊາດ ຫະຣິພຸນໄຊ-ລຳພູນ). ຢູ່ໃນ ຫຼັກຖານທີ່ພົບນີ້ຄືອັກສອນມອນນັ້ນ ມີນັກບູຮານຄະດີບາງທ່ານຂອງໄທຍ໌ ໃຫ້ຄວາມເຫັນວ່າ ເປັນອັກ ສອນທັມ ຫຼືອັກສອນອ້າຍລາວ.

 
          ນອກຈາກສິ່ງທີ່ພົບບູຮານຄະດີ ທີ່ທາງໄທຍ໌ເຊື່ອວ່າ ເປັນຫຼັກຖານທີ່ກ່ຽວພັນກັບອານາຈັກທະ ວາຣະວະດີໃນນະຄອນປະຖົມແລ້ວ ຍັງກ່າວເນື່ອງໄປ ຮອດ ເມືອງອູ່ທອງວ່າ ໄດ້ພົບສີລາແລງ ອາ ຍຸປະມານ ພ.ສ ໖໐໐-໑໖໐໐ ອີກ ເປັນຈຳນວນຫຼາຍ, ທີ່ນະຄອນໄຊສີ ເຊິ່ງຫ່າງຈາກນະຄອນປະຖົມ ໄປທາງໃຕ້ປະມານ ໒໕ ກິໂລແມັດນັ້ນ ທາງໄທກໍໄດ້ພົບ ຄູເມືອງ ໔ ຫຼ່ຽມ ຂະໜາດ ໓,໖໐໐×໒໐໐໐ ແມັດ ແລະໄດ້ພົບ ບູຮານວັດຖຸໃນສະໄໝດຽວກັນອີກຈຳນວນໜຶ່ງ, ທີ່ເມືອງກຳແພງແສນ ແຂວງ ນະຄອນປະຖົມ ກໍໄດ້ພົບຮູບເມືອງສີ່ຫຼ່ຽມປະມານ ໓໒໕ ໄຮ່ ແລະຄູນຳ້ຍາວປະມານ ໘ ກິໂລແມັດ.

          ນອກຈາກນັ້ນ ຍັງພົບຫຼັກຖານຮົບວົງລໍ້ທັມມະຈັກກັບກວາງໝອບ ເປືອກຫອຍທະເລາ ສະໝໍ ເຮືອ ແລະສາຍໂສ້ເຮືອ ຂະໜາດໃຫຍ່ໃນເມືອງນະຄອນປະຖົມບູຮານ ທາງໄທຍ໌ເຊື່ອວ່າເປັນຫຼັກ ຖານສຳຄັນ ທີ່ສະແດງໃນສະໄໝກ່ອນນັ້ນ ເມືອງສຳຄັນເຫຼົ່ານີ້ຢູ່ຕິດກັບທະເລ ຫຼືເປັນເມືອງສຳຄັນ ຂອງອານາຈັກທະວາຣະວະດີ ເຊິ່ງມີການພົບສິ້ນສ່ວນຂອງອານາຈັກພຣະພຸດທະຮູບຈຳນວນຫຼາຍ ແລະຍັງໄດ້ພຣະພຸດທະຮູບຫີນຊາຍສະຫຼັກປະທັບຂະໜາດໃຫຍ່ ສະໄໝທະວາຣະວະດີ ຈຳນວນ ໔ ອົງ ທີ່ວັພຣະເມຣຸ ໃຫ້ກັບອົງປະຖົມເຈດີ ປັດຈຸບັນນີ້ພຣະພຸດທະຮູບອົງນີ້ ຢູ່ທີ່ພິພິດທະພັນສະຖານແຫ່ງຊາດ ເຈົ້າສາມພຣະຍາອາຍຸທະຍາ, ອົງທີສອງຢູ່ສິມວັດປະົມເຈດີ ອົງທີສາມຢູ່ທີ່ລານປະທັກສິນທິດໃຕ້ອົງ ພຣະປະຖົມ ແລະອົງທີ່ສີ່ ຢູ່ບໍຣເວນວິຫານນ້ອຍ ອາຍຸທະຍາ ແລະຍັງພົບພຣະພຸດທະຮູບນັ່ງຢ່ອຍພຣະ ບາດ ສີລະປະທະວາຣະວະດີສະຫຼັກຢູ່ ຫຼັກຖານທີ່ທາງໄທຍ໌ໄດ້ພົບນີ້ ແມ່ນມີການກ່ຽວພັນກັບອານາ ຈັກທະວາຣະລະວະດີ ແລະອານາຈັກຂອງມອນ ແລະກວາມເອົາອານາເຂດນັບແຕ່ແມ່ນຳ້ເຈົ້າພຣະ ຍາ ລົງໄປທາງໃຕ້ ແລະທາງຕາເວັນຕົກສ່ຽງເໜືອ ຈົນຮອດທິດເໜືອເມືອງລົບບູຣີເປັນສຳຄັນ, ຫາກເມືອງທະວາຣະວະດີ ມີສູນກາງຢູ່ທີ່ນະຄອນປະຖົມ ຫຼືນະຄອນໄຊສີ ກໍສົມເຫດສົມຜົນສົມຄວນ ເພາະເມືອງເຫຼົ່ານີ ໃກ້ກັບທະເລແນ່ພໍສົມຄວນ ສວນເມືອງອື່ທີ່ກ່າວເຖິງນັ້ນ ຫາກວັດຖຸເຫຼົ່ານັ້ນ ປາ ກົດເປັນສີລະປະທະວາຣະດີ ກໍບໍ່ໄດ້ໝາຍວ່າເມືອງເຫຼົ່ານັ້ນ ຈະຂຶ້ນກົງກັບທະວາຣະວະດີກໍໄດ້ ເນືື່ອງ ຈາກວ່າ ສັງຄົມການປົກຄອງ ໃນສະໄໝນັ້ນ ເປັນສັງຄມຊົນຊາດຊົນເຜົ່າ ຫຼືສັງຄົມນະຄົມນະຄອນຣັດ ແລະການຖ່ານທອດວັດທະນະທັມນັ້ນຍ່ອມມີການພົວພັນກັນເປັນທັມມະດາ ສ່ວນເມືອງ ດັ່ງເຮົາຈະ ຫັນຂະໜາດຂອງເມືອງຕ່າງໆນັ້ນ ຍັງມີຂະໜາດຕ່າງກັນເປັນລຳດັບ, ນັ້ນກໍໝາຍເຖິງອຳນາດຂອງ ຜູ້ສ້າງ ມີລະດັບແຕກຕ່າງກັນ, ຢ່າງໃດກໍຕາມອານາຈັກທະວາຣະວະດີນັ້ນອຳນາດຈັກບໍ່ຂ້າມກາຍ ດົງພຣະຍາໄຟໄປຍັງດິນແດນອີສານແນ່ນອນ ເຖິງວ່າບາງຫຼັກຖານຈະມີວັດຖຸທີ່ ຢູ່ໃນສະໄໝດຽວ ກັນເລັກນ້ອຍກໍຕາມ ເພາະຄຳວາ "ທວາຣວດີ"(ທະວາຣະວະດີ)ນັ້ນ, ມີຄວາມໝາຍເຖິງ ເມືອງແຫ່ງ ທະວານ ຫຼືທາງເຂົ້າອອກ ຫຼືທາງຜ່ານເທົ່ານັ້ນ, ອາດໝາຍເຖິງເມືອງທ່າ ລະຫວ່າງການສັນຈອນ ຂອງພໍ່ຖ້າວານິດທີ່ຜ່ານຈາກຝັ່ງທະເລທິດຕາເວັນຕົກ ສູ່ທປະເລທິດຕາເວັນອອກ, ເນືອງຈາກທີ່ດິນ ແດນອີສານ ແລະດິນແດນລາວເຮົາ ກໍພົບຫຼັກຖານທີ່ມີອາຍຸສະໄໝດຽວກັບອານາຈັກທະວາຣະວະດີ ຫຼາຍແຫ່ງເຊັ່ນ ທີ່ອີສານ ແມ່ນຊຸມຊົນບ້ານຊຽງ ມີອາຍຸແຕ່ ໔໕໐໐-໒໐໐໐ ປີ, ອັນນີ້ແມ່ນຊຸມຊົນ ໜອງຫານນ້ອຍ ແລະໜອງຫານຫຼວງ ທີ່ປະກົດໃນ ໜັງສືອຸລັງຄະນິທານ ເຖິງເປັນຕົ້ນອານາຈັກນີ້ ເລື້ອມາຈົນເຖິງຍຸກຕົ້ນພຸດະສະຕະວັດ. ໃນລະຫວ່າງ ພ.ສ ໘ ຕາມຕຳນານ.

          ສ່ວນຫຼັກຖານໄປທາງເໜືອອັນ ກ່ຽວກັບໜັງສືອຸຣັງຄະນິທານນັ້ນ ມີຫຼວງຫຼາຍ ແລະມີອານາ ເຂດແຕ່ຊຽງແສນ, ຫຼວງພະບາງ, ຊຽງຂວງ, ຊຳເໜືອ ແລະດິນແດນນ່ານເຈົ້າ ລາວກາຍ, ມີຫຼັກ ຖານທາງປະຫວັດສາດອັນເປັນເມືອງບູຮານ ແລະບູຮານຄະດີກ່ອນ ພ.ສ ແລະຫຼັງ ພ.ສ ຈຳນວນ ຫຼວງຫຼາຍ ເຊັ່ນທີ່ ຊຽງແສນກໍພົບຕົວເມືອງຊຽງແສນບູຮານ ອາຍຸກ່ອນ ພ.ສ, ໂດຍມີການຕົກລົງ ຮອງຮັບກັນຢ່າງເອກະສັນຈາກຂອງນັກ ປະວັດສາດທົ່ວໄປວ່າ ອານາຈັກຂອງຊົນລາວ ຫຼືອ້າຍ ລາວ, ຊຽງຂວາງ ແມ່ນທົ່ງໄຫຫີນ, ທີ່ຊຳເໜືອ ກໍແມ່ນວັດທະນະທຳຫີນຕັ້ງ, ຄ້ອງບັ້ງ ແລະອື່ນເຕັມ ໄປມົດ ທົ່ວບໍຣະເວນເຫຼົ່ານີ້ ມີວັດທະນະທັມແຕກຕ່າງໄປຈາກວັດທະນະທັມທາງໃຕ້ ຄືຄ້ອງບັ້ງ, ບໍຣິ ເວນທີ່ກ່າວເຖິງນີ້ ຄົງຈະແມ່ນອານາເຂດຂອງເມືອງຈຸລະນີພຣົມມະທັດ ຕາມການຕົກລົງຂອງນັກບູ ຮານຄະດີ ແລະນັກປະວັດສາດຮຸ່ນກ່ອນ.

          ສ່ວນທາງໃຕ້ນັ້ນ ຫຼັກຖານກ່ອນປະພຸດທະສັງກາດກໍພົບຫຼາຍ ທັງກ່ອນປະຫວັດສາດກໍຫຼາຍ ເຊັ່ນ ເມືອງສດຖາປຸຣະ, ເມືອງບູຮານຕ່າງໆ ໃນດິນແດນອີສານໃຕ້, ເມືອງອຸບົນລະຣາຊທີນ ກໍແມ່ນ ວັດທະນະທຳຜາແຕ້ມ ຫຼັກຖານສີລາແຣງ ແລະອັກສອນປັນລະວະ ແລະໜັງສືທຳກ່ອນ ປະຫວັດສາດ ພຣະພຸດທະຮູບກ່ອນປະຫວັດສາດຕ່າງໆ ເຕັມໄປທົ່ວອານາຈັກເຫຼົ່ານີ້ລົງໄປຮອດ ຂະເໝນ ດ້ານຝັ່ງ ຕາເວັນອອກກໍໄດຮອດເມືອງເຫວ້ຂອງຫຍຽດນາ ແຕ່ຫຼັກຖານທີ່ຄາດການວ່າ ເປັນເມືອງອິນທະ ປັດຖານັ້ນ ຄົງຈະແມ່ນເມືອງໃນບໍຣເວນແຂວງຈຳປາສັກບູຮານ ແລະພາກອີສານຂອງໄທຍ໌ ເຊິ່ງ ນັກປະຫວັດສາດຍອມຮັບວ່າ ວັດພູຈຳປາສັກນັ້ນແມ່ນວັດທະນະທັມຂອງ ກ່ອນພຣະນະຄອນ(ອັງກໍ) ຄົງຈະເປັນສູນກາງຂອງອານາຈັກຂອງອີສານປຸຣະ ສະນັ້ນ ຄຳວ່າ "ອິນທະປັຕຖະ" ນັ້ນຄົງຈະກ່ຽວ ພັນກັນ.

           ມາໃນປີ ຄ.ສ ໒໐໐໘ ມັນເປັນຄວາມໂຊກດີຂອງຊົນຊາດລາວທັງມວນ ເນື່ອງຈາກທາງ ລາວໄດ້ພົບຫຼັກຖານບູຮານຄະດີ ໒ ແຫ່ງ ແລະເປັນສອງແຫ່ງວັດທະນະທຳຈະແຈ້ງ ໃນແຂວງດຽວ ກັນຄື ທີ່ແຂວງສະຫວັນນະເຂດ
          ໑. ດັ່ງທີ່ ນສພ ວຽງຈັນໃໝ່ໄດ້ສະເໜີຂ່າວໄປແລ້ວວ່າ " ວັດຖຸບູຮານດັ່ງກ່າວນີ້ ໄດ້ຖືກຄົ້ນພົບ ໃນວັນທີ ໓໐ ມັງກອນ ໒໐໐໘ ໃຊ້ເວລາຂຸດຂຶ້ນມາ ໒ ວັນຈຶ່ງສຳເລັດ ເປັນ ຄ້ອງໜ່ວຍ ທີ ໔ ຂອງ ແຂວງສະຫວັນນະເຂດ ແລະກໍເປັນຫນ່ວຍທີ ໗ ໃນ ສປປ ລາວ ເປັນຄ້ອງຮຸ່ນທີ ໑ ມີຄວາມສູງ
໗໙ ຊັງຕີແມັດ ກວ້າງ ໑ ແມັດ." ທີ່ບໍ່ຄຳເຊໂປນ ເມືອງວິລະບູລີ ແຂວສະຫວັນນະເຂດ, ນອກຈາກ ນັ້ນຍັງໄດ້ພົບເມືອງ ແລະຊຸມຊົນບູຮານຍຸກ ໒໐໐໐ ປີຄືນໄປ ດັ່ງ ນສພ ວຽງຈັນໃໝ່ສະເໜີວ່າ " ຕໍ່ມາ ທ່ານລັດຖະມົນຕີ ແລະ ຄະນະ ກໍໄດ້ໄປສຳຫລວດເບິ່ງບ່ອນຄົ້ນພົບຮ່ອງຮອຍປະຫວັດສາດນາເງືອກ
ເຫັນຮ່ອງຮອຍວັດຖຸບູຮານ ເຄື່ອງປັ້ນດິນເຜົາຂອງຄົນບູຮານ ແລະ ຍັງໄດ້ໄປເບິ່ງອ່າງເກັບນ້ຳ ເປື້ອນ ທີ່ບັນຈຸສິ່ງເສດເຫຼືອ ຈາກການຜະລິດແຮ່ຄຳ-ທອງແດງ ອ່າງດັ່ງກ່າວນີ້ຫ່າງຈາກໂຮງງານ ປະມານ ໑໓ ກິໂລແມັດ ໄປເບິ່ງຮ່ອງຮອຍໂຮງເບົ້າຫຼໍ່່ຢູ່ພູທ້ອນຄຳ ເຫັນວັດຖຸ ເປັນຕົ້ນແມ່ນເສດໄຫ ແຕກກະແຈກກະຈາຍຢູ່ພື້ນດິນ ທີ່ໄດ້ສຳຫລວດເບິ່ງສິ່ງດັ່ງກ່າວນີ້ ຢັ້ງຢືນໄດ້ຢ່າງຊັດເຈນວ່າ ເປັນ ເຂດຂອງຄົນບູຮານທີ່ມາອາໄສຢູ່ກ່ອນແລ້ວຫລາຍພັນປີ ແລະ ເປັນເຂດດິນອຸດົມສົມບູນໄປ ດ້ວຍ ແຮ່ທາດຕ່າງໆ ເປັນຕົ້ນແມ່ນຄຳ-ທອງແດງ ທີ່ກຳລັງຂຸດຄົ້ນຢູ່ໃນໄລຍະນີ້" ນອກຈາກນັ້ນ ກໍໄດ້ ພົບສົມບັດອັນລຳ້ຄ່າ ທາງບູຮາວັດຖຸອີກ ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ປັດຈຸບັນ ທາງກົມພິພິທະພັນຍັງ ໄດ້ຕ້ອງສືບຄົ້ນ ສຶກສາເບິ່ງອາຍຸຂອງສົມບັດັ່ງກ່າວໃຫ້ຈະແຈ້ງກ່ອນ ທີ່ຈະເປີດເຜີຍສູ່ສາຍຕສມະຫາຊົນ ແຕ່ຢ່າງໃດກໍຕາມ ໂທຣະພາບແຫ່ງຊາດ ກໍໄດ້ສະເໜີໄປແລ້ວ ວ່າ ວັດຖຸບູຮານດັ່ງກ່າວນັ້ນ ມີອາຍຸປະມານ ໒໔໕໓ ປີ ເປັນຍຸກຕົ້ນຂອງອານາຈັກສີໂຄດຕະບອງ, ນອກຈາກວັດຸຖດັ່ງກ່າວທີ່ໄດ້ໃນທີ່ນັ້ນແລ້ວ ຍັງພົບວ່າສະຖານທີ່ດັ່ງກ່າວເປັນເມືອງບຸຮານ ມີຫຼັກ ຖານເສົາເສມາ ຫຼາຍທິດ ສະຖານທີ່ດັ່ງກ່າວກໍເປັນສະຖານທີອັດສະຈັນ ຄືທີ່ໜອງໃນບໍລິເວນປ່າ ນອກບ້ານໜອງເຮືອທອງນັ້ນ ເປັນໜອງໃຫຍ່ ແລະເປັນສິ່ງທີ່ແປກປະຫຼາດ ຄືວັນສິນ ດອກບົວ ແລະ ໃບບົວຈະປິ່ນໄປທາງຕາເວັນອອກໝົດ.

          ນັ້ນຄື ສິ່ງຢັ້ງຢືນໃຫ້ເຫັນວ່າ "ອານາຈັກສີໂຄຕະບອງເປັນອານາຈັກເກົ່າແກ່ມາດົນນານ ແລ້ວ ແລະອາດຈະຄາດການໄດ້ວ່າ ອານາຈັກສີໂຄຕຕະບອງ ເປັນສູນກາງຂອງສຸວັນນະພູມ ເຊີ່ງ ເປັນອານາຈັກເກົ່າແກ່ໃນດິດນແດນນີ້ ເພາະຫຼັກຖານແວດລ້ອມໄດ້ຢັ້ງຢືນເຊັ່ນນັ້ນ ໂດຍສະເພາະ ແມ່ນເມືອທ່າແຂກນັ້ນ ຫຼັກຖານຢັ້ງຢືນວ່າເປັນທ່ານຂອງແຂກ ທີ່ທຽວລະຫວ່າງຝັ່ງຕາເວັນຕົກ "ທະ ວາຣະວະດີ" ກັບຝັ່ງຕາເວັນອອກ ຄືເມືອງເວ້ ແງະອານ ເກືອລຳ ຫຼືເມືອງສຳຄັນໃດໆ ອັນເປັນ ເມືອງທ່ານ ຫາກເປັນເຊັ່ນນັ້ນ ເມືອງສີໂຄຕຕະບອງ ຄືສູນກາງຂອງ ເມືອງບູຮານ.

 
          ສິ່ງຢັ້ງຢືນອິກຢ່າງໜຶ່ງວ່າ ເມືອງສີໂຄດຕະບອງນັ້ນ ເປັນເມືອງຂອງຕຄົນລາວ ເພາະຄົນ ລາວເອງນັ້ນ ມີສາສນາ ແລະພິທີກັມຂອງຕົນເອງຄື ຖືສາສນາ(ລັດທິແຖນ), ນາກ ແລະຜີ ເຊິ່ງ ຄ້ອງ ບັ້ງນັ້ນແມ່ນເຄື່ອງມືໄວ້ສຳລັບໃຊ້ໃນພິທີກັມຂອງສາສນາ(ລັດທິແຖນຟ້າ) ເຊິ່ງຄ້ອງບັ້ງນີ້ ມີແຕ່ຊົນ ເຊື້ອຊາດອ້າຍລາວເທົ່ານັ້ນ ທີ່ນັບຖືສາສນາແຖນ ແລະຄ້ອງບັ້ງ, ຈະບໍ່ພົບການເຊື່ອຖືສາສານາ ແຖນ ໃນຊຸມຊົນຊາດຂອມ ແລະຈີນ, ເມື່ອພົບຄ້ອງບັ້ງ ໃນດິນແດນໃກ້ຄຽງກັນກັບວັດຖຸບູຮານ ອາຍຸ ໒໔໕໓ ປີ ໃນດິນແດນດຽວກັນ ເຮັດໃຫ້ສັນນະຖານໄວ້ວ່າ ອານາຈັກສີໂຄຕບອງນັ້ນ ບໍ່ແມ່ນເມືອງ ຂອມ ສິລະປະທີ່ພົບໃນບ້ານໜອງເຮືອທອງນັ້ນ ເປັນສີລປະຕ່າງຈາກສິນລະປະຂອມ ຫາກເບິ່ງຕາມ ໜັງສືອຸຣັງຄະນິທານແລ້ວ ຊົນຊາດໃນເມືອງສີໂຄຕະບຸຣະ ແລະຈັນທະບູຣີນັ້ນນັບຖືນາກຈະແຈ້ງ ສະ ນັ້ນທິດສະດີ ທີ່ວ່າໄທຍ໌ ຢູ່ນີ້ແລ້ວ "ຢູ່ອຸສາຄະເນຍ໌" ຕາມທິດສະດີໃໝ່ ຂອງໄທຍ໌ຕັ້ງຂຶ້ນ ມັນກໍຢັ້ງຢືນ ວ່າ "ລາວ" ອັນເປັນຊາດເກົ່າແກ່ກໍຢູ່ອຸສາຄະເນນີ້, ແລ້ວລະຫວ່າງໄທຍ໌ ກັບລາວນັ້ນ ຈັກຕ້ອງມີທີ່ ມາຢັ້ງຢືນວ່າ "ລາວ" ເປັນຊົນຊາດທີ່ເກົ່າ ແລະເປັນຊື່ຂອງຊົນຊາດ ເຊິ່ງມີຊົນຊາດໄທຕ່າງໆ ເປັນ ກຸ່ມຍ່ອຍ ລວມຊົນຊາດຕ່າງໆເຂົ້າກັນຈຶ່ງ ຈຶ່ງເປັນຊາດລາວສະຫະຊາດນັ້ນເອງ.

ກະອົບຄຳ ທີ່ພົບຢູ່ບ້ານໜອງເຮືອທອງ ເມື່ອວັນທີ ໒໔ ເດືອນເມສາ ໒໐໐໘
 
ອ້າງອິງ:
http://my.opera.com/neuang/blog/show.dml/2511571
http://my.opera.com/neuang/blog/show.dml/2429481
http://my.opera.com/neuang/albums/show.dml?id=577940
http://my.opera.com/neuang/albums/show.dml?id=577696

http://www.vientianemai.net/news.php?TopicID=12&NewsID=2686



Advertisement

Customize
This page was loaded Dec 5th 2009, 3:59 am GMT.